ຫ້ອງການສະພາວິທະຍາສາດແຫ່ງຊາດ ມີໜ້າທີ:
- ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງ ແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາ ວຽກງານ ຂອງຕົນ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ວຽກງານຄຸ້ມຄອງນໍາໃຊ້ກອງທຶນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ພ້ອມທັງ ໂຄສະນາເຜີຍແຜ່ ໃຫ້ນັກຄົ້ນຄວ້າວິທະຍາສາດ, ຫົວໜ່ວຍເຮັດການຄົ້ນຄວ້າຂອງບັນດາຂະແໜງການ ແລະ ໃຫ້ແກ່ສັງຄົມ;
- ຄົ້ນຄວ້າ ສ້າງກົນໄກ, ໃຫ້ຄໍາປຶກສາ ໃນການສ້າງນະໂຍບາຍ, ຍຸດທະສາດ, ແຜນການ ແຜນງານ ໂຄງ ການ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ;
- ຄົ້ນຄວ້າ, ສ້າງ ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກ ງານຂອງສະພາວິທະຍາສາດແຫ່ງຊາດ, ຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມທັງຮັບຜິດຊອບໃນ ການຈັດຕັ້ງປະຕິບັດ;
- ຄົ້ນຄວ້າ, ສ້າງ ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກ ງານກອງທຶນ, ກອງເລຂາກອງທຶນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
- ຄົ້ນຄວ້າ, ສັງລວມ ແລະ ສະຫຼຸບລາຍງານ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ວຽກງານກອງທຶນພັດ ທະນາວິທະຍາສາດ ແລະ ເຕັກໂນໂລຊີ, ວຽກງານຂອງສະພາວິທະຍາສາດແຫ່ງຊາດ ໃນແຕ່ລະໄລຍະ;
- ຄົ້ນຄວ້າ, ເກັບກຳຂໍ້ມູນ, ສ້າງຖານຂໍ້ມູນ ກ່ຽວກັບນັກຄົ້ນຄວ້າວິທະຍາສາດ, ພື້ນຖານໂຄງລ່າງການຄົ້ນ ຄວ້າ-ວິໄຈ, ຫົວຂໍ້ ແລະ ຜົນງານການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ;
- ພົວພັນປະສານງານກັບບັນດາກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ການຊຸກຍູ້ສົ່ງເສີມການສ້າງຕັ້ງ ສະພາວິທະຍາສາດຂະແໜງການ, ຈັດປະເພດນັກຄົ້ນຄວ້າ ແລະ ຄັດເລືອກເອົານັກຄົ້ນຄວ້າວິທະຍາສາດ ດີເດັ່ນ ເພື່ອແຕ່ງຕັ້ງເປັນຄະນະກຳມາທິການວິທະຍາສາດ ແລະ ຄະນະກຳມະການວິຊາການ;
- ສຶກສາ, ຄົ້ນຄວ້າວິທີການ, ຮູບແບບການລະດົມທຶນ ຈາກພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງບັນຊີ ການເງິນ ແລະ ຕິດຕາມປະເມີນຜົນ ການນໍາໃຊ້ງົບປະມານຂອງໂຄງການຄົ້ນຄວ້າ;
- 1ຄົ້ນຄວ້າ, ສັງລວມ, ເລືອກເຟັ້ນຫົວຂໍ້ຕົ້ນຄວ້າທີ່ມີຜົນສຳເລັດວິທະຍາສາດ, ນັກຄົ້ນຄວ້າວິທະຍາສາດທີ່ມີ ຜົນງານດີເດັ່ນ ແລະ ນໍາສະເໜີ ສະພາວິທະຍາສາດແຫ່ງຊາດ ພິຈາລະນາ, ຮັບຮອງ, ຢັ້ງຢືນ, ໃຫ້ນາມມະ ບົດ, ກຽດຕິຄຸນ, ຍ້ອງຍໍ ແລະ ລາງວັນ ເປັນແຕ່ລະໄລຍະ;
- ຄົ້ນຄວ້າ ນໍາສະເໜີ ສະພາວິທະຍາສາດແຫ່ງຊາດ ແລະ ສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຈັດກອງປະຊຸມ ສາມັນ, ວິສາມັນ ຂອງຕົນ;
- ຄົ້ນຄວ້າ, ສັງລວມຜົນງານການຄົ້ນຄວ້າ ຂອງນັກຄົ້ນຄວ້າວິທະຍາສາດ ທີ່ໄດ້ລົງວາລະສານວິທະຍາສາດ ລະດັບຊາດ, ຈົດສິດທິບັດ, ອານຸສິດທິບັດ ແລະ ນໍາສະເໜີ ສະພາວິທະຍາສາດແຫ່ງຊາດ ໃນການຈັດ ກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ແລະ ກອງປະຊຸມນັກວິທະຍາສາດ;
- ເປັນຈຸດໃຈກາງ ໃນການພົວພັນ ປະສານງານ, ຮ່ວມມື ແລະ ພົບປະເຈລະຈາ ລະຫວ່າງນັກຄົ້ນຄວ້າ, ຫົວ ໜ່ວຍການຄົ້ນຄວ້າ ຮ່ວມກັບ ຜູ້ປະກອບການ, ນັກພັດທະນາໃນການນໍາເອົາຜົນສໍາເລັດຂອງການຄົ້ນຄວ້າ ໄປຖ່າຍທອດ ແລະ ຜະລິດເປັນສິນຄ້າ;
- ສຶກສາ, ຕົ້ນຄວ້າ, ສັງລວມ ຫົວຂໍ້ການຄົ້ນຄວ້າວິທະຍາສາດ, ນໍາສະເໜີອະນຸມັດ ແລະ ຕິດຕາມ ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະ ວັດຕະກຳ;
- ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອພົບປະເຈລະຈາ, ຮ່ວມມື, ເຊັນບົດບັນທຶກ, ອະນຸສັນຍາ, ສັນຍາ ດ້ານວຽກງານການຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນ ໂລຊີ ຕາມການມອບໝາຍ;
- ພົວພັນ ແລະ ປະສານງານກັບຫ້ອງການ, ກົມ, ອົງການທຽບເທົ່າກົມ, ສະຖາບັນ, ສູນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງ ຕາມການມອບໝາຍຂອງຂັ້ນເທິງ;
- ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຕົນ ໃຫ້ຂັ້ນເທິງເປັນປົກກະຕິ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ.
ຫ້ອງການສະພາວິທະຍາສາດແຫ່ງຊາດ ມີຂອບເຂດສິດ:
- ສະເໜີແຜນການ ແລະ ແຜນງົບປະມານ ເພື່ອພັດທະນາວຽກງານທີ່ຕົນຮັບຜິດຊອບຕໍ່ລັດຖະມົນຕີ;
- ສະເໜີລັດຖະມົນຕີ ພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກຳ ກ່ຽວກັບວຽກງານຄຸ້ມ ຄອງບໍລິຫານຫ້ອງການ ທີ່ບໍ່ສອດຄ່ອງ;
- ສະເໜີຕໍ່ລັດຖະມົນຕີ ພິຈາລະນາ, ອະນຸມັດ, ສ້າງຕັ້ງ ຫຼື ຍົກເລີກ ພະແນກພາຍໃນຂອງຫ້ອງການ;
- ສະເໜີລັດຖະມົນຕີ ບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ, ປົດຕໍ່າແໜ່ງ, ຍ້ອງຍໍ ແລະ ປະຕິບັດວິໄນ ພະນັກງານ-ລັດຖະກອນຂອງຫ້ອງການ ຕາມກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆຕາມການ ອະນຸມັດຂອງລັດຖະມົນຕີ;
- ປະຕິບັດໂຄງການຊ່ວຍເຫຼືອລ້າ, ກູ້ຢືມ, ໂຄງການຮ່ວມມືກັບຕ່າງປະທດ ແລະ ອົງການຈັດຕັ້ງສາກົນຕາມ ການອະນຸມັດຂອງລັດຖະມົນຕີ;
- ສະເໜີລັດຖະມົນຕີ ປົກປ້ອງ, ຄຸ້ມຄອງບຸກຄະລາກອນ, ຊັບສິນ, ລິຂະສິດທາງດ້ານການສຶກສາ, ວິທະຍາສາດ ແລະ ກິລາ;
- ພົວພັນ, ປະສານງານ, ເຂົ້າຮ່ວມກອງປະຊຸມ, ພົບປະເຈລະຈາກັບພາກສ່ວນຕ່າງໆຕາມການມອບໝາຍ ຂອງຄະນະນໍາກະຊວງ;
- ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີ ຫຼື ຕາມກົດໝາຍ ແລະ ລະບຽບການທີ່ກຳນົດ.