ໃນຕອນບ່າຍຂອງວັນທີ 7 ກຸມພາ 2025, ທີີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງສະຫາຍ ແກ້ວອຸທອນ ລຸນແສງຈັນ ເລຂາໜ່ວຍພັກຮາກຖານ ຫສວຊ, ມີຕາງໜ້າຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ສະຫາຍ ຄໍາຕຸ່ນ ຄຳພາວັນ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານມະຕິຕົກລົງຂອງພັກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 558/ຄພສກ ລົງວັນທີ 31 ທັນວາ 2024 ວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ ຄື ສະຫາຍ ເກລາວັນ ຊົມພູຈັນ ເຊິ່ງສະຫາຍໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ຈົນຄົບມາດຖານເງື່ອນໄຂເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ໂອກາດດຽວກັນນີ້ ສະຫາຍເລຂາໜ່ວຍພັກ ໄດ້ໃຫ້ກຽດໂອ້ລົມ ເຊີ່ງໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມໝາຍຄວາມສຳຄັນຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງຊົມເຊີຍສະຫາຍທີ່ໄດ້ຮັບການເລື່ອນເປັນສະມາຊິກພັກສົມບູນໃນຄັ້ງນີ້ ຢ່າງສຸດໃຈ.