
ຕອນເຊົ້າຂອງວັນທີ 9 ກັນຍາ 2024 ເວລາ 8:30 ໂມງ, ຫ້ອງການສະພາວິທະຍາສາດ ແຫ່ງຊາດ, ສສກ ໃນນາມກອງເລຂາ ຂອງສະພາວິທະຍາສາດ ແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ປັບປຸງເນື້ອໃນ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາວິທະຍາສາດ ແຫ່ງຊາດ ຂຶ້ນ ຢູ່ທີ່ ຫ້ອງປະຊຸມ ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ຊັ້ນ 2 ຕຶກ 100. ໂດຍການເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ ຂອງທ່ານ ນ. ວຽງແກ້ວ ພົມມະວົງ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນ. ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ມີ ຮອງຫົວໜ້າຫ້ອງການ ຫສວຊ, ຫົວໜ້າພະແນກ, ຮອງພະແນກພາຍໃນ ແລະ ຈາກກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍພະນັກງານທີກ່ຽວຄ່ອງເຂົ້າຮ່ວມທັງໝົດຈຳນວນ 13 ທ່ານ.
ກອງປະຊຸມ ທ່ານ ຫົວໜ້າ ຫ້ອງການສະພາວິທະຍສາດ ແຫ່ງຊາດ ໄດ້ກ່າວຈຸດປະສົງໃນການຈັດກອງປະຊຸມ ແລະ ລາຍງານໂດຍຫຍໍຕໍ່ການປັບປຸງ ເນື້ອໃນໂດຍອິງຕາມທິດຊີ້ນຳ ຂອງປະທ່ານສະພາວິທະຍາສາດ ແຫ່ງຊາດ ໃຫ້ປັບປຸງ ດຳລັດ ສະບັບດັ່ງກ່າວ. ພາຍໃນກອງປະຊຸມ ກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ອະທິບາຍຫຼັກການຂອງການປັບປຸງ ຮ່າງດຳລັດຢາງມີຫຼັກການ ແລະ ອະທີບາຍລະອຽດກ່ຽວກັບຫຼັກການຂຽນປະກອບເຂົ້າຮ່າງດຳລັດ. ນອກນີ້ກອງປະຊຸມໄດ້ມີການປຶກສາຫາລື ຄົ້ນຄວ້າຮ່ວມກັນປະກອບຄຳຄິດເຫັນໃນແຕ່ລະມາດຕາດ, ແຕ່ລະຂໍ ຕາມການຊີ້ນຳ ຂອງຄະນະປະທານສະພາວິທະຍາສາດ ແຫ່ງຊາດ ກອງປະຊຸມດຳເນີນມາເປັນເວລາເຄີ່ງວັນໃນຕອນທ້າຍຂອງກອງປະຊຸມປະທານຍັງໄດ້ກ່າວເຖີງຄວາມສຳຄັນຂອງດຳລັດ, ທິດຊີ້ນຳຂອງປະທານສະພາວິທະຍາສາດ ແຫ່ງຊາດ ແລະ ສະເໜີໃຫ້ສອງພາກສ່ວນສຶກສາຄົ້ນຄວ້າໃຫ້ສຳເລັດ.