
ໃນຕອນບ່າຍວັນທີ 08 ມັງກອນ 2025 ເວລາ 13:30 ໂມງ ທີຜ່ານມາຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມທາບທາມພະນັກງານ ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຂື້ນ, ຢູ່ທີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ ໂດຍການເປັນປະທານຮ່ວມຂອງທ່ານຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ຮອງຫົວໜ້າກົມກວດກາ, ກະຊວງສຶກສາທິການ ແລະ ກິລາ ມີກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ ພ້ອມທັງພະນັກງານພາຍໃນຫ້ອງການສະພາວິທະຍາສາດແຫ່ງຊາດເຂົ້າຮ່ວທັງໝົດ.
ກອງປະຊຸມ ທ່ານ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ກ່າວຈຸດປະສົງ ແລະ ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການທາບທາມໃນຄັ້ງນີ້ ຫຼັງຈາກນັ້ນ ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານ ດຳລັດວ່າດ້ວຍມາດຖານຕຳແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ ລາວ ສະບັບເລກທີ 461/ລບ ລົງວັນທີ 09/10/2021 ແລະ ຕອນທ້າຍຂອງການຜ່ານດຳລັດດັ່ງກ່າວແລ້ວ ຍັງໄດ້ດຳເນີນການລົງຄະແນນສຽງພາຍໃນຫ້ອງການສະພາວິທະຍາສາດແຫ່ງຊາດ ພາຍຫຼັງສຳເລັດການລົງຄະແນນສຽງ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 16: 30 ໂມງຂອງວັນດຽວກັນ.
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |

















