
ໃນວັນທີ 09 ພຶດສະພາ 2025 ເວລາ 08:30 ໂມງ ທີ່ຜ່ານມາ ຫ້ອງການສະພາວິທະຍາສາດແຫ່ງຊາດ, ສສກ ໄດ້ຈັດກອງປະຊຸມປຶກສາຫາລືສ້າງຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຂື້ນ ຢູ່ທີ່: ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາ ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈຳນວນ 23 ທ່ານ ຍິງ 07 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມປຶກສາຫາລືສ້າງຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະບັບນີ້, ແມ່ນເພື່ອກຳນົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ສົ່ງເສີມ, ຕິດຕາມ ກວດກາການເຄື່ອນໄຫວວຽກງານການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເປັນເອກະພາບ ມີ ປະສິດທິພາບ ປະສິດທິຜົນສູງ ແນໃສ່ສ້າງເງື່ອນໄຂໃຫ້ການຄົ້ນຄວ້າວິທະຍາສາດ ທັງພາກລັດ ແລະ ພາກເອກະຊົນ ດໍາເນີນການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ, ນະວັດຕະກຳໃໝ່ ສາມາດປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສ້າງດຳລັດ ສະບັບເລກທີ 1410/ສສກ ລົງວັນທີ 25 ມີນາ 2025 ແລະ ໄດ້ນຳສະເໜີໂຄງປະກອບໂດຍລວມຂອງຮ່າງດຳລັດດັ່ງກ່າວ. ນອກຈາກນີ້ທີ່ປະຊຸມຍັງໄດ້ປຶກສາຫາລືກັນເປັນໝູ່ຄະນະແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນໃນການຄົ້ນຄວ້າເນື້ອໃນໂຄງປະກອບໂດຍລວມ ໂດຍເຈາະຈີ້ມໄປແຕ່ລະໝວດ, ແຕ່ລະມາດຕາຂອງຮ່າງດຳລັດ. ໃນໂອກາດດັ່ງກ່າວ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ປະທານກອງປະຊຸມຍັງໄດ້ໂອລົມໃຫ້ຄຳເຫັນແນວທາງຕໍ່ກອງປະຊຸມ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບສ້າງຮ່າງດຳລັດ ໃຫ້ກວດຄືນກ່ຽວກັບມາດຖານເງື່ອນໄຂຂອງການຄົ້ນຄວ້າວິທະຍາສາດ, ກຳນົດຄະນະກຳມະການວິຊາການໃນການຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ກຳນົດສິດໜ້າທີ່ຂອງຄະນະກຳມະການວິຊາການໃນການຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ສະເໜີໃຫ້ຄະນະຮັບຜິຊອບປະກອບຂໍ້ມູນເນີື້ອໃນອື່ນໆເຂົ້າໃນ(ຮ່າງ)ດຳລັດສະບັບນີ້ ໂດຍປະສານສົມທົບກັບ ກະຊວງຍຸຕິທຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ອນຈັດກອງປະຊຸມຜ່ານຄັ້ງຕໍ່ໄປ.
ພາບ ແລະ ຂ່າວ ພະແນກປະສານງານວິທະຍາສາດ
![]() |
![]() |
![]() |
![]() |
![]() |
![]() |





