ພິທີຮັບສະມາຊິກພັກສຳຮອງ ຂອງ ໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດ ແຫ່ງຊາດ, ສສກ

2

ໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ຂຶ້ນໃນຕອນບ່າຍຂອງວັນທີ 16 ມີຖຸນາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ. ພາຍໃຕ້ການເປັນປະທານຂອງ ສະຫາຍ ສຳລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ມີບັນດາສະຫາຍເລຂາ, ຮອງເລຂາ  ແລະ ຄະນະໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດແຫ່ງ, ໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ໜ່ວຍພັກຮາກຖານກົມກວດກາ, ໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ ພ້ອມດ້ວຍສະມາຊິກພັກຂອງໜ່ວຍພັກຫ້ອງການສະພາວິທະຍາສາດແຫ່ງຊາດ ເຂົ້າຮ່ວມ ຈຳນວນ 24 ສະຫາຍ.

ໃນພິທີດັ່ງກ່າວ, ສະຫາຍຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ສສກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກ ວ່າດ້ວຍການອະນຸມັດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈໍານວນ 03 ສະຫາຍ, ຍິງ 02 ສະຫາຍ; ໂອກາດດັ່ງກ່າວ, ສະຫາຍ ປະທານ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສຳຮອງ ຊຶ່ງສະຫາຍໄດ້ ເນັ້ນໜັກໃຫ້ ບັນດາສະມາຊິກພັກສຳຮອງ ຕັ້ງໜ້າສູ້ຊົນ, ຝຶກຝົນຫຼໍ່ຕົນເອງໃນການເຊື່ອມຊຶມຫຼັກການນຳພາຂອງພັກ, ກຳແໜ້ນສິໜ້າທີ ແລະ ຂໍ້ຫ້າມຂອງສະມະຊິກພັກໃນນັ້ນໃຫ້ຖືເອົາຂໍ້ຫ້າມ 11 ຂໍ້ຫ້າມເປັນບັນຫາສຳຄັນ, ເອົາໃຈໃສ່ຍຶດຖືຄຳປະຕິຍານຂອງຕົນເອງໃນການເຂົ້າເປັນສະມາຊິກພັກມາມຸນໃຊ້ເອງໃນວຽກງານ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ, ຮັກສາມູນເຊື້ອຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕໍານິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກເຫື່ອແຮງສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຂ່າວ ແລະ ພາບ: ພະແນກປະສານງານວິທະຍາສາດ

 1  2 509362181 122248717238022122 23717280720398793 n  509111833 122248717208022122 9175953490227315778 n 
 508457058 122248716968022122 5556567750596427878 n  508502565 122248722332022122 8801425384792033324 n  508547192 122248716950022122 3909998034811908711 n  509360667 122248720628022122 379261364202593323 n
 509377672 122248720964022122 1982137420812807000 n  508825058 122248721168022122 3940657722651908148 n  508567488 122248720352022122 2890601199695448345 n  508531519 122248721288022122 5627563352471158245 n
 508846497 122248718288022122 618143596176374374 n  508654660 122248721174022122 2078532632676998250 n  508617587 122248719398022122 6081374382742690415 n  508591768 122248721984022122 6712048908265471392 n
 509274850 122248718348022122 3346697855251520171 n  509241291 122248720340022122 7238703944024099433 n  508824642 122248722158022122 679540460825310467 n