ກອງປະຊຸມສໍາມະນາ ເພີ່ມທະວີຄວາມອາດສາມາດການເຄື່ອນໄຫວວຽກງານວິທະຍາສາດ ສໍາລັບແຂວງພາກເໜືອ

 522614622 122254666934022122 2390020869303123266 n


ຫ້ອງການສະພາວິທະຍາສາດ ແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດກອງ ປະຊຸມສຳມະນາ ເພີ່ມທະວີຄວາມອາດສາມາດການເຄື່ອນໄຫວວຽກງານວິທະຍາສາດ ສໍາລັບແຂວງພາກ ເໜືອ ຂຶ້ນໃນລະຫວ່າງວັນທີ 17-18 ກໍລະກົດ 2025 ຜ່ານມາ ທີ່ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ;

ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາວຽກງານວິທະຍາສາດ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງແຂວງອຸດົມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີບັນດາທ່ານຫົວໜ້າ ກົມ, ຫ້ອງການ, ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າ/ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 8 ແຂວງພາກເໜືອ ແລະ ບັນດາພະແນກການອ້ອມຂ້າງແຂວງອຸດົມໄຊ. ຜູ້ເຂົ້າຮ່ວມ ທັງໝົດ 72 ທ່ານ, ຍິງ 13 ທ່ານ

ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານວິທະຍາສາດ ໃຫ້ແກ່ ພະແນກການສຶກສາທິການ ແລະ ກິລາ ສໍາລັບ 8 ແຂວງພາກເໜືອ ແລະ ບັນດາພະແນກການ ອ້ອມຂ້າງແຂວງອຸດົມໄຊ.

ໃນໂອກາດດັ່ງກ່າວ ທ່ານປະທານກອງປະຊຸມ ໃຫ້ຄຳເຫັນຊີ້ນໍາກ່ຽວກັບການເຜີຍແຜ່ບັນດາ ນິຕິກຳ ເຊັ່ນ: ກົດໝາຍວິທະຍາສາດ, ດຳລັດວ່າດ່ວຍນັກຄົ້ນຄວ້າວິທະຍາສາດ, ບົດແນະນໍາ ການສ້າງຕັ້ງສະພາວິທະຍາ ສາດຂອງຂະແໜງການ ແລະ ຍົກໃຫ້ເຫັນຄວາມສໍາຄັນໃນກົນໄກ ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສປປ ລາວ ບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລັດໄດ້ມີການຄົ້ນຄວ້າ, ພັດທະນາ ແລະ ສ້າງແຜນງານ, ໂຄງການຄົ້ນຄວ້າທີ່ສອດຄ່ອງກັບສະພາບຕົວຈິງແນໃສ່ຊຸກຍູ້ການພັດທະນາໃນ ຂະແໜງວິທະຍາສາດ ແລະ ທຸກຂົງເຂດວຽກງານ ໃຫ້ກາຍເປັນກຳລັງແຮງຊຸກຍູ້ຜະລິດ ແລະ ເຄື່ອງມືຮັບໃຊ້ໃນທຸກດ້ານຂອງການພັດທະນາເສດຖະກິດ-ສັງຄົມ. ຍ້ອນເຫັນໄດ້ເຖິງຄວາມສໍາ ຄັນຂອງການຄົ້ນຄວ້າ, ພັດທະນາ ແລະ ການນໍາໃຊ້ຜົນສໍາເລັດທາງດ້ານວິທະຍາສາດ ເຕັກໂນໂລ ຊີ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ພັກ ແລະ ລັດຖະບານຈຶ່ງເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງ ໃກ້ຊິດ ໃນການຄຸ້ມຄອງມະຫາພາກໃນຂົງເຂດວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

ພາບ ແລະ ຂ່າວ: ພະແນກປະສານງານວິທະຍາສາດ, ຫ້ອງການສະພາວິທະຍາສາດແຫ່ງຊາດ

 

 523037515 122254667024022122 3379274005831160416 n 522483711 122254672988022122 6019535418703665279 n  520887195 122254673318022122 8778647766721245141 n  520580082 122254673342022122 2598531733182826123 n 
 523752148 122254673570022122 8224695646025782388 n  522436900 122254673636022122 5108497353218013197 n  520645852 122254673660022122 6421461597798446854 n  522437247 122254673354022122 4808737750065714765 n
 520281762 122254673366022122 3065716743331640249 n  522709976 122254673378022122 1154825495105503899 n  520183127 122254673390022122 4736036582026015765 n  522979029 122254673402022122 1617184559917686278 n