"ໜ່ວຍຮາກຖານຊາວໜຸ່ມຫ້ອງການສະພາວິທະຍາສາດແຫ່ງຊາດ ສສກຈັດກອງປະຊຸມໃຫຍ່ຄັ້ງທີ III"

ຊາວໜຸ່ມ

       ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2024 ໜ່ວຍຮາກຖານຊາວໜຸ່ມຫ້ອງການສະພາວິທະຍາສາດແຫ່ງຊາດ ສສກ, ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນ ຢູ່ທີ່ ຫ້ອງປະຊຸມ I ຫ້ອງການສະພາວິທະຍາສາດແຫ່ງຊາດ. ພາຍໃຕ້ການເປັນປະທານຂອງສະຫາຍ ແກ້ວໄພວັນ ດວງສະຫວັນ ເລຂາໜ່ວຍພັກຫ້ອງການສະພາວິທະຍາສາດແຫ່ງຊາດ, ມີ ເລຂາ ຄຊປລ ສສກ, ເລຂາ ຄຊປລ ສຳນັກ ສສກ ເລຂາຊາວໜຸ່ມໜ່ວຍຮາກຖານ ຫສວຊ, ປະທານກຳມະບານ ຫສວຊ, ຫົວຫນ້າໜ່ວຍແມ່ຍິງ ຫສວຊ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມທັງຫມົດ 15 ສະຫາຍ ຍິງ 9 ສະຫາຍ

      ກອງປະຊຸມໄດ້ຮັບຟັງການລາຍງານ ບົດລາຍງານການເມືອງ, ບົດສຳຫຼວດການນໍາພາລວມ ຂອງ ຄຊປປລ ໜ່ວຍຮາກຖານກົມອາຊີວະສຶກສາ ສະໄໝທີ 1.ແລະ ພິທີມອບທຸງໄຊນຳໜ້າ 4 ບຸກ, ໃບຍ້ອງຍໍໃນການເຄື່ອນໄຫວ ວຽກງານຊາວໜຸ່ມ ປະຈຳປີ 2023 ໃຫ້ແກ່ໜ່ວຍ ແລະ ສະມາຊິກຊາວໜຸ່ມ. ຮັບຟັງການໂອ້ລົມຂອງສະຫາຍເລຂາໜ່ວຍພັກຫ້ອງການສະພາວິທະຍາສາດແຫ່ງຊາດ, ສສກ ສະຫາຍ ເລຂາ ຄຊປລ, ສສກ, ສະຫາຍເລຂາ ຄຊປລ ສຳນັກ ສສກ ການໂອ້ລົມອັນລ້ວນແຕ່ເປັນການຢືນຢັນເຖິງໝາກຜົນ ແລະ ຜົນສໍາເລັດ ທີ່ມີລັກສະນະກ້າວຂຶ້ນ ຂອງການນໍາພາ-ຊີ້ນໍາ ຂອງ ຄຊປປລ ໜ່ວຍຮາກຖານ ຫສວຊ ຕະຫຼອດໄລຍະ ສະໄໝທີ II ຜ່ານມາ.ນອກນັ້ນກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນຕໍ່ກອງປະຊຸມ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວ່າງໄວ້ເຊັນ: ປຶສາຫາລືປະຊາມະຕິເປັນເອກະພາບ ຮັບຮອງເອົາ ບັນດາເນື້ອໃນທີ່ສໍາຄັນໃສ່ຮ່າງບົດລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ແລະ ບົດສຳຫຼວດ ການນໍາພາລວມ ຂອງຄະນະບໍລິຫານງານຊາວໜຸ່ມຊຸດເກົ່າ, ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດໃນ 5 ປີທີ່ຜ່ານມາ ແລະ ປຶສາຫາລື ທິດທາງແຜນການ 5 ປີ, ນັບແຕ່ປີ 2025-2029, ໂດຍກຳນົດເນື້ອໃນທິດທາງລວມ, ຄາດໝາຍສູ້ຊົນ, ທິດທາງແຜນການ ແລະ ໜ້າວຽກອັນລະອຽດ ແລະ ວິທີການຈັດຕັ້ງປະຕິບັດຕົວຈິງ.
       ກອງປະຊຸມດຳເນີນມາເປັນເວລາເຄິ່ງວັນໃນຕອນທ້າຍກອງປະຊຸມ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ, ໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານຊຸດ ໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້.