"ກອງປະຊຸມ ຄະນະກຳມະການວິຊາການ ກວດຜ່ານຫົວຂໍ້ວິທະຍາສາດ ປະຈຳປີ 2024"

ກອງປະຊຸມ ຄະນະກຳມະການວິຊາການ ກວດຜ່ານຫົວຂໍ້ວິທະຍາສາດ ປະຈຳປີ 2024

ໃນລະຫວ່າງວັນທີ 15-16 ຕຸລາ 2024, ເວລາ 08:30 ໂມງ, ຢູ່ຫ້ອງປະຊຸມ ຣີສອດ ນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ(ກພວຕ), ຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຈັດກອງປະຊຸມຄະນະກຳມະການວິຊາການໃນການກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ປະຈຳປີ 2024. ພາຍໃຕ້ການເປັນປະທານ ຂອງ ທ່ານ ຮສ ປອ. ນາງ ສົມຈັນ ບຸນພັນມີ ຄະນະສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ຊີ້ນຳວຽກງານຄົ້ນຄວ້າວິທະຍາສາດ ຂອງກອງທຶນ, ພ້ອມດ້ວຍຄະນະສະພາບໍລິຫານ ກພວຕ, ຄະນະກຳມະການວິຊາການ ກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ກພວຕ ແລະ ທີມງານວິຊາການ. ໃນກອງປະຊຸມດັ່ງກ່າວແມ່ນມີຜູ້ເຂົ້າຮ່ວມທັງໝົດຈໍານວນ 43 ທ່ານ ຍິງ 15 ທ່ານ.

ກອງປະຊຸມ_ຄະນະກຳມະການວິຊາການ_ກວດຜ່ານຫົວຂໍ້ວິທະຍາສາດ_ປະຈຳປີ_2024_2.jpg ກອງປະຊຸມ ຄະນະກຳມະການວິຊາການ ກວດຜ່ານຫົວຂໍ້ວິທະຍາສາດ ປະຈຳປີ 2024 3 ກອງປະຊຸມ ຄະນະກຳມະການວິຊາການ ກວດຜ່ານຫົວຂໍ້ວິທະຍາສາດ ປະຈຳປີ 2024 4