"ຫ້ອງການສະພາວິທະຍາສາດແຫ່ງຊາດ, ສສກ ຈັດກອງປະຊຸມທາບທາມ ຫົວໜ້າພະແນກ ແລະ ຮອງຫົວນ້າພະແນກ"

ທາບທາມຫົວໜ້າພະແນກ ແລະ ຮອງ 1

      ໃນຕອນບ່າຍວັນທີ 08 ມັງກອນ 2025 ເວລາ 13:30 ໂມງ ທີຜ່ານມາ ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມທາບທາມພະນັກງານ ຫົວໜ້າພະແນກ ແລະ ຮອງຫົວນໜ້າພະແນກ ຂື້ນ, ຢູ່ທີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ ໂດຍການເປັນປະທານຮ່ວມຂອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ຮອງຫົວໜ້າກົມກວດກາ, ສສກ ມີກົມຈັດຕັ້ງ ແລະ ພະນັກງານ, ສສກ ພ້ອມທັງພະນັກງານພາຍໃນຫ້ອງການສະພາວິທະຍາສາດແຫ່ງຊາດເຂົ້າຮ່ວທັງໝົດ.

      ກອງປະຊຸມ ທ່ານ ຫົວໜ້າ ຫສວຊ ໄດ້ກ່າວຈຸດປະສົງ ແລະ ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການທາບທາມໃນຄັ້ງນີ້ ຫຼັງຈາກນັ້ນ ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານ ດຳລັດວ່າດ້ວຍມາດຖານຕຳແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ ລາວ ສະບັບເລກທີ 461/ລບ ລົງວັນທີ 09/10/2021 ແລະ ຕອນທ້າຍຂອງການຜ່ານດຳລັດດັ້ງກ່າວແລ້ວ ຍັງໄດ້ດຳເນີນການລົງຄະແນນສຽງພາຍໃນຫ້ອງການສະພາວິທະຍາສາດແຫ່ງຊາດ ພາຍຫຼັງສຳເລັດການລົງຄະແນນສຽງ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 16: 30 ໂມງຂອງວັນດຽວກັນ.

ທາບທາມຫົວໜ້າພະແນກ ແລະ ຮອງ 2 ທາບທາມຫົວໜ້າພະແນກ ແລະ ຮອງ 3 ທາບທາມຫົວໜ້າພະແນກ ແລະ ຮອງ 4