"ກອງປະຊຸມຝຶກອົບຮົມສ້າງຈິດສຳນຶກດ້ານຊັບສີນທາງປັນຍາ"

           89

      ໃນ​ວັນ​ທີ່ 10  ແລະ 11 ກຸມ​ພາ 2023 ເວລາ 8:00 – 16:30 ໂມງ ຢູ່​ທີ່​ຫ້ອງ​ປະ​ຊຸມ ຫ້ອງ​ການ​ສະ​ພາ​ວິ​ທະ​ຍາ​ສາດ ແຫ່ງ​ຊາດ ( ກອງ​ທຶ​ນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ), ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ໄດ້​ເປີດ​ຊຸດຝຶກອົບຮົມສ້າງຈິດ ສຳນຶກດ້ານຊັບສິນທາງປັນຍາ ແລະ ຈັນຍາທຳການຄົ້ນຄວ້າວິທະຍາສາດ ຂື້ນ ພາຍ​ໄຕ້​ການ​ເປັນ​ປະ​ທານ​ໂດຍມີ ທ່ານ ປ​ທ ດ​ຣ ນ. ລັດ​ສະ​ໝີ ສຽງ​ສູນ​ທອນ ຫົວ​ຫນ້າ​ສະ​ຖາ​ບັນ​ສາ​ທາ​ລະ​ນະ​ສຸກ​ສາດ ແລະ ການ​ແພດ​ເຂດ​ຮ້ອນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ຄະ​ນະກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານກອງ​ທຶນ; ​   ຜູ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມໃນ​ຄັ້ງ​ນີ້ ປະ​ກອບ​ມີຄະ​ນະ​ວິ​ທະ​ຍາ​ກອນ​ ທີ່​ມາ​ຈາກຂະ​ແຫນງ​ການ​ເຊັ່ນ: ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ແພດ​ເຂດ​ຮ້ອນ (ກະ​ຊວງ ​ສາ​ທາ​ລະ​ນະ​ສຸກ)​, ກົມ​ຊັບ​ສິນ​ທາງ​ປັນ​ຍາ (ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ) ແລະ ຄະນະນິຕິສາດ ແລະ ລັດ​ຖະ​ສາດ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ) ແລະ ນັກ​ສຳ​ມະ​ນາ​ກອນ​ ທີ່​ເປັນ​ວິ​ຊາ​ການ​ຈາກ​ຫ້ອງ​ການ​ສະ​ພາ​ວິ​ທະ​ຍາ​ສາດ;  

    ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອສ້າງຈິດສຳນຶກ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ວິ​ຊາ​ການ ດ້ວຍ​ການເພີ່ມ ຄວາມຮູ້, ຄວາມເຂົ້າໃຈຕື່ມກ່ຽວກັບບົດບາດຄວາມສຳພັນ ແລະ ຄວາມສຳພັນຂອງວຽກງານຊັບສິນທາງປັນຍາ ແລະ ຈັນຍາທຳ ການຄົ້ນຄວ້າ ວິທະຍາສາດທີ່ມີຕໍ່ຂະບວນການຄົ້ນຄວ້າວິທະຍາສາດ ເວົ້າລວມ, ເວົ້າສະເພາະແມ່ນວຽກງານ ສຸກຍູ້ສົ່ງເສີມການ ຄົ້ນຄວ້າວິທະຍາສາດ ແຫ່ງຊາດບົນພື້ນຖານແນວທາງນະໂຍບາຍດ້ານວິທະຍາສາດຂອງພັກແລະລັດຖະບານເຮົາ.  

      ປະ​ທານກອງ​ປະ​ຊຸມ ໄດ້​ກ່າວ​ເປີດ ແລະ ດຳ​ເນີນ​ຊຸດ​ຝຶກ​ອົບ​ຮົມ ພ້ອມ​ກັບ​ມີ​ຄຳ​ເຫັນ​ຕໍ່​ຊຸດ​ເຝຶກ​ອົບ​ຮົມ ໂດຍ​ຊີ້​ໃຫ້​ເຫັນ​ເຖິງ ຄວາມສຳຄັນຂອງການຈັດຝຶກອົບຮົມສ້າງຈິດສຳນຶກດ້ານ ຈັນຍາທຳການຄົ້ນຄວ້າ ໂດຍສະເພາະ ໃນຫົວຂໍ້ອັນຈຳເປັນພື້ນຖານທີ່ ຈະຕ້ອງໄດ້ຮັບຮູ້ກ່ອນອື່ນຫມົດ ເປັນຕົ້ນແມ່ນ ຫລັກການພື້ນຖານຈັນຍາທຳການຄົ້ນຄວ້າ, ຄວາມສ່ຽງ, ອັນຕະລາຍ ແລະ ຜົນປະໂຫຍດ ຂອງຜູ້ເຂົ້າຮ່ວມການຄ້ນຄວ້າ ບັນດາຄວາມຮູ້ເຫລົ່ານີ້ແມ່ນຈະຖືກຖ່າຍທອດ ໃນຊຸດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ ຜູ້ເຂົ້າຮັບການຝຶກອົບຮົມ ໄດ້ມີຄວາມຮູ້ ຄວາມເຂົ້າໃຈຫລາຍຂື້ນ ແລະ ສາມາດນຳເອົາຄວາມຮູ້ທີ່ໄດ້ຈາກນັກວິທະຍາກອນ ໄປປະຍຸກນຳໃຊ້ເຂົ້ໃນການພັດທະນາວຽກງານຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງຖືກຕ້ອງແລະສອດຄ່ອງຕາມຫລັກຈັນຍາ ທຳອາຊີບ ແລະ ຫລັກຈັນຍາທຳການຄົ້ນຄວ້າ ວິທະຍາສາດ.