"ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງດຳລັດ ວ່າດານຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ"

 

67-2.jpg

      ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 5 ຕຸລາ 2023, ກະຊວງຍຸຕິທຳຮ່ວມກັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂຽນຍໍ້ (ກພວຕ ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງດຳລັດ ວ່າດານຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ຂື້ນ ຢູ່ທີ ຫ້ອງປະຊຸມເຮືອນພັກຕົ້ນດູ່ຊູຊັບ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ມີທ່ານ ນ. ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ, ຫົວໜ້າກອງເລຂາກອງທຶນ (ກພວຕ) ແລະ ບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ ຮອງກົມ, ຮອງຫ້ອງການ, ຮອງສະຖາບັນ, ຫົວໜ້າພະແນກ, ຮອງພະແນກພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມ.
      ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດວ່າດານຄຸ້ມຄອງ ແລະ ສົ່ງເສີມ ນັກຄົ້ນຄວ້າວິທະຍາສາດ ພາຍໃນກອງປະຊຸມປະທານ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ປະໄດ້ກ່າວເປິດກອງປະຊຸມ, ມີທິດໂອລົມຕໍ່ບັນດາສະຫາຍຈົ່ງເອົາໃຈໄສ່ລະດົມແນວຄິດຄົ້ນຄວ້າເນື້ອໃນຄວາມໝາຍຄວາມສຳຄັນດ້ວຍຄວາມເໜັນນັກໃຫ້ທຸກສະຫາຍຢູ່ພ່າຍໃນກອງປະຊຸມ. ສະແດງຄວາມຊົມເຊີຍຄະນະກະກຽມເນື້ອໃນຈັດກອງປະຊຸມ ແລະ ໂອລົມແນວທາງການສ້າງໃນຮູບການປຶກສາຫາລືແບບວິຊາການ, ແລກປ່ຽນຄຳຄິດເຫັນເຊິ່ງກັນໃນໝູ່ຄະນະຮັບຜິດຊອບສ້າງຮ່າງດຳລັດ ວ່າດານຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ຢ່າງກົງໄປກົງມາລະອຽດເທື້ອລະ ໝວດ, ມາດຕາ ແລະ ແຕລະຂໍ້ ອັນມີຄວາມໝາຍໜັກແໜ່ນ ຕໍ່່ກອງປະຊຸມ. ຈົນໄດ້ເນື້ອໃນຄວາມໝາຍອັນສຳຄັນ ແນວທາງ, ຫຼັກການຂອງຮ່າງດຳລັດ ວ່າດານຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ທີ່ສົມບູນຂື້ນຕື້ມ ສະແດງອອກໃຫ້ເຫັນໃນການເພີ່ມ ແລະ ປັບແປງ ຊື່ຮ່າງດຳລັດ, ໝວດ, ມາດຕາ ຕ່າງໆຂອງຮ່າງດຳລັດ.
      ກອງປະຊຸມທີມີຄວາມໝາຍສຳຄັນນີ້ດຳເນີນມາເປັນເວລາ 2 ວັນ ໃນຕ່ອນທ້າຍວາລະປະຊຸມປະທານກອງປະຊຸ່ມກໍ່ໄດ້ກ່າວສະແດງຄວາມຊົມເຊີມຕໍ່ຜົນສຳເລັດຂອງກອງປະຊຸມຢ່າງຈົບງາມ ແລະ ອວຍໄຊໃຫ້ພອນຄະນະຮັບຜິດຊອບມີແຕ່ສຸຂະພາບແຂງແຮງປະສົມຜົນສຳເລັດໜ້າທີວຽກງານທຸກໆດ້ານ.