
ໃນວັນທີ 3-4 ຕຸລາ 2024, ເວລາ 08:30 ໂມງ, ຢູ່ຫ້ອງປະຊຸມ ຣີສອດ ນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ ກະຊວງຍຸຕິທໍາ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງ ທາງດ້ານກົດໝາຍຂອງ ຮ່າງ ດຳລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ປອ. ສຸລິອຸດົງ ສຸນດາລາ ຮອງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານສະພາບໍລິຫານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ມີ ຄະນະສະພາບໍລິຫານ ກພວຕ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ທີ່ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງພາຍໃນ, ກະຊວງສຶກ ສາທິການ ແລະ ກິລາ ແລະ ກົມກົດໝາຍ ກະຊວງຍຸຕິທຳ ຜູ້ເຂົ້າຮ່ວມທັງໝົດຈໍານວນ 27 ທ່ານ ຍິງ 11 ທ່ານ.