
ໃນວັນທີ 6 ສິງຫາ 2025 ເວລາ 8:00 ໂມງ, ທີ່ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ສະຫະພັນແມ່ຍິງຮາກຖານ ຂະແໜງວິທະຍາສາດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສໍາຄັນຕ່າງໆ ໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນ. ສຸດສາຍໃຈ ດວງສະຫວັນ, ປະທານສະຫະພັນແມ່ຍິງ ສສກ, ສະຫາຍ ສຸກສະຫວາດ ສີຫາປັນຍາ ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງວິທະຍາສາດ, ສະຫາຍ ແກ້ວອຸທອນ ລູນແສງຈັນ ເລຂາໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດແຫ່ງຊາດ, ສະຫາຍ ນ. ຄຳບາງ ວິໄລສຸກ ຮອງເລຂາໜ່ວຍພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ສສກ ມີ ສະຫາຍ ນ. ຄໍາພັດ ໄຊຍະລິນຄໍາ ປະທານກວດກາ ສະຫະພັນແມ່ຍິງ ສສກ, ປະທານກຳມະບານຮາກຖານ, ເລຂາຊາວໜຸ່ມຮາກຖານ ແລະ ສະມາຊິກແມ່ຍິງ ຂະແໜງວິທະຍາສາດ ເຂົ້າຮ່ວມທັງໝົດຈຳນວນ 31 ສະຫາຍ ຍິງ 24 ສະຫາຍ.
ຈຸດປະສົງກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ. ໃນກອງປະຊຸມ ສະຫາຍ ນ. ສຸດສາຍໃຈ ດວງສະຫວັນ, ປະທານສະຫະພັນແມ່ຍິງ ສສກ, ໄດ້ເຜີຍແຜ່ເອກະສານສໍາຄັນ ເຊັ່ນ: ເລົ່າມູນເຊື້ອແມ່ຍິງລາວຄົບຮອບ 70 ປີ ແລະ ເຜີຍແຜ່ວຽກງານ 3 ດີ. ວາລະດຽວກັນ, ສະຫາຍ ນ. ຄໍາພັດ ໄຊຍະລິນຄໍາ, ປະທານກວດກາສະຫະພັນແມ່ຍິງ ສສກ, ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ສສກ ແລະ ວຽກງານກວດກາຂອງສະຫະພັນແມ່ຍິງ ສສກ.
ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ດຳເນີນມາເປັນເວລາເຄີ່ງວັນ ແລະ ປິດລົງໃນເວລາ 11:30 ໂມງຂອງວັນດຽວກັນ.
ພາບ ແລະ ຂ່າວ: ພະແນກປະສານງານວິທະຍາສາດ, ຫສວຊ
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |








