
ໜ່ວຍພັກຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນ ໃນວັນທີ 19 ພະຈິກ 2025, ທີ່ຫ້ອງປະຊຸມຂອງຫ້ອງການສະພາວິທະຍາສາດແຫ່ງຊາດ. ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຮສ ປອ. ສີນທະວອນ ດາລາວົງ, ກຳມະການປະຈຳພັກ, ປະທານກວດກາພັກ ສສກ ແລະ ສະຫາຍ ແກ້ວອຸທອນ ລຸນແສງຈັນ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດ ແຫ່ງຊາດ. ມີສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.
ຈຸດປະສົງຂອງກອງປະຊຸມ ເພື່ອປະເມີນໜ່ວຍພັກ ແລະ ສະມາຊິກພັກໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025, ເພື່ອວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ແລະ ໜັກແໜ້ນ ປະຈຳປີ 2026 ແລະ ເພື່ອຜ່ານໃບສຳຫຼວດຂອງສະມາຊິກ ແລະ ປ່ອນບັດໃຫ້ຄະແນນໜ່ວຍພັກ ແລະ ຕົນເອງ.
ໃນກອງປະຊຸມໄດ້ຮັບຜົນສຳເລັດຂອງການປະເມີນເຊັ່ນ: ກອງປະຊຸມເຫັນດີຮັບຮອງເອົາ ບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ແລະ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການປີ 2026. ພ້ອມດຽວກັນນີ້, ກອງປະຊຸມເຫັນດີຮັບຮອງເອົາໜ່ວຍພັກຮາກຖານ ຫ້ອງການສະພາວິທະຍາສາດແຫ່ງຊາດ ເປັນ ໜ່ວຍ ແຂງ ແລະ ຈະນຳສະເໜີຕໍ່ຄະນະພັກກະຊວງສຶກສາທິການ ແລະ ກິລາ ເພື່ອຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026.
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
|||






















