
ຕອນເຊົ້າຂອງວັນທີ 13 ມີນາ 2026, ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ແລະ ວັນແມ່ຍິງສາກົນ ຄົບຮອບ 116 ປີ ຂຶ້ນ ຢູ່ທີ່ ຫ້ອງປະຊຸມ ຫ້ອງການສະພາວິທະຍາສາດແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ ສະຫາຍ ແກ້ວອຸທອນ ລຸນແສງຈັນ, ຄະນະພັກກະຊວງ, ເລຂາໜວຍພັກຮາກຖານຫ້ອງການສະພາວິທະຍາສາດແຫ່ງຊາດ, ຄະນະກຳມະບານກະຊວງ; ໂດຍການເຂົ້າຮ່ວມຂອງ ສະຫາຍຮອງເລຂາໜ່ວຍພັກຮາກຖານຫ້ອງການສະພາວິທະຍາສາດແຫ່ງຊາດ, ປະທານກຳມະບານຮາກຖານ ຫສວຊ, ຫົວໜ້າໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກກຳມະບານ ແລະ ສະມາຊິກແມ່ຍິງ ຫສວຊ ເຂົ້າຮ່ວມຢ່າງພ້ອມພຽງ.
![]() |
![]() |
![]() |
ຈຸດປະສົງຂອງການຈັດພິທີຄັ້ງນີ້ ແມ່ນເພື່ອເຜີຍແຜ່ມະຕິ, ບັນດາເອກະສານທີ່ກ່ຽວຂ້ອງກ່ຽວກັບວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ແລະ ວັນແມ່ຍິງສາກົນ ຄົບຮອບ 116 ໃຫ້ບັນດາສະມາຊິກກຳມະບານ ແລະ ແມ່ຍິງ ພາຍໃນ ຫສວຊ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ມູນເຊື້ອການຕໍ່ສູ້ ແລະ ຄວາມເສຍສະຫຼະຂອງບັນພະບຸລຸດ ກໍ່ຄືບົດບາດຂອງກຳມະບານ ແລະ ແມ່ຍິງ.
ໃນພິທີ ທ່ານປະທານກອງປະຊຸມ ໄດ້ເລົ່າຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານອັນໂດດເດັ່ນຂອງຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງກຳມະບານລາວ ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ໂດຍສະເພາະຍັງໄດ້ເນັ້ນໜັກເຖິງຄໍາຂວັນ 5 ເປັນເຈົ້າຂອງກຳມະບານ ເຊິ່ງເປັນກໍາລັງແຮງຫຼັກໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ສະຫາຍຍັງໄດ້ເລົ່າເຖິງປະຫວັນຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງວັນແມ່ຍິງສາກົນ 116 ປີ, ເພື່ອເຊີດຊູບົດບາດ ແລະ ຄຸນງາມຄວາມດີຂອງແມ່ຍິງໃນການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ.
![]() |
![]() |
![]() |
ພ້ອມດຽວກັນນີ້, ໄດ້ໄປຢ້ຽມຊົມ ຫໍພິພິທະພັນ ທ່ານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນຕໍ່ຜູ້ນຳທີ່ແສນເຄົາລົບຮັກ ແລະ ໄດ້ຮ່ວມກັນສ້າງກິດຈະກຳອອກແຮງງານລວມເພື່ອເຕົ້າໂຮມຄວາມສາມະຄີຢ່າງແໜ້ນແຟ້ນຂອງບັນດາສາມອົງການຈັດຕັ້ງມະຫາຊົນຢ່າງເປັນຂະບວນການຟົດຟື້ນ.
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
ຂ່າວ ແລະ ຮູບພາບ: ພະແນກປະສານງານວິທະຍາສາດ, ຫສວຊ
















