
ໃນລະຫວ່າງວັນທີ 15-30 ມັງກອນ 2026 ຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຈິດສຳນຶກດ້ານການຄົ້ນຄວ້າວິທະຍາສາດໃຫ້ພະນັກງານ ແລະ ນັກຮຽນມັດທະຍົມສົມບູນຈາກສາມໂຮງຮຽນປະກອບມີ ຄະນະຄູ ແລະ ນັກຮຽນມັດທະຍົມສົມບູນວຽງຈັນ, ມັດທະຍົມສົມບູນສິນໄຊ ແລະ ໂຮງຮຽນສາມັນພອນສະຫວັນແຫ່ງຊາດ; ກອງປະຊຸມໄດ້ດຳເນີນຢູ່ສອງແຂວງ ຄື: ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 39 ທ່ານ ( ໃນນີ້ ເປັນຄູ-ນັກຮຽນ ຈຳນວນ 21 ທ່ານ)
![]() |
|
|
|
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
ຈຸດປະສົງຂອງກອງປະຊຸມຝຶກອົບຮົມສ້າງຈິດສຳນຶກດ້ານການຄົ້ນຄວ້າວິທະຍາສາດ ໃຫ້ພະນັກງານຄູ-ນັກຮຽນຂັ້ນມັດທະຍົມສົມບູນ ຈຳນວນ 21 ທ່ານ ແນ່ໃສ່ເພື່ອສົ່ງເສີມການຖ່າຍທອດຄວາມຮູ້ດ້ານການຄົ້ນຄວ້າວິທະຍາສາດ ໃຫ້ເດັກ (ຂັ້ນມັດທະຍົມ) ເກີດຄວາມຮັບຮູ້ ຄວາມເຂົ້າໃຈຄວາມໝາຍ, ຄວາມສຳຄັນ ແລະ ວິທີເຮັດການຄົ້ນຄວ້າຂັ້ນພື້ນຖານ ແນ່ໃສ່ສ້າງຈິດສຳນຶກໃຫ້ນັກຮຽນ ຮູ້ຈັກການພັດທະນາທັກສະຕົນເອງ, ຮູ້ວິເຄາະບັນຫາ ແລະ ຊອກຫາວິທີແກ້ໄຂບັນຫາ ຢ່າງມີຫລັກການ, ມີເຫດ ແລະ ຜົນ ຕາມແນວທາງວິທະຍາສາດກ້າວສູ່ນຳໃຊ້ເຂົ້າສູ່ການຕັດສິນໃຈໃນການດຳລົງຊີວິດ ຫຼື ພັດທະນາຕົນເອງໃນອານາຄົດ, ພ້ອມທັງເພື່ອພັດທະນາຊັບມະຍາກອນມະນຸດດ້ານການຄົ້ນຄວ້າ, ສ້າງໜໍ່ແໜງນັກຄົ້ນຄວ້າວິທະຍາສາດລຸ່ນໜຸ່ມນ້ອຍສືບທອດຢ່າງມີຈຸດສູມ ບົນພື້ນຖານການເຂົ້າຮ່ວມຝຶກອົບຮົມ ແນ່ໃສ່ການວັດລະດັບຄວາມຮູ້ ຄວາມເຂົ້າໃຈ ແລະ ວັດແທກທັກສະຄວາມສາມາດຂອງເດັກ (ຂັ້ນມັດທະຍົມ) ແນ່ໃສ່ການກຳນົດຍຸດທະສາດສົ່ງເສີມການພັດທະນາໜໍ່ແໜງນັກຄົ້ນຄວ້າໜຸ່ມນ້ອຍ ຕັ້ງແຕ່ລະດັບຂັ້ນມັດທະຍົມ ສູ່ການເປັນຜູ້ໃຫ່ຍທີ່ມີຄຸນນະພາບ ໄດ້ໃນອານາຄົດ; ກອງປະຊຸມຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດ ໂດຍອິງໃສ່ເງື່ອນໄຂຕົວຈິງຂອງຄະນະຄູ-ນັກຮຽນຈາກທັງສາມໂຮງຮຽນຢູ່ກຳລັງໃນຊ່ວງພັກພາກຮຽນທີ່ໜື່ງ ລວມມີ 05 ກິດຈະກຳຫຼັກ ດັ່ງນີ້:
ກິດຈະກຳທີ່ໜື່ງ: ກອງປະຊຸມກະກຽມຄົ້ນຄວ້າເນື້ອໃນຂອງຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ ເພື່ອກະກຽມຄວາມພ້ອມໃນການຄັດເລືອກເນື້ອໃນ ແລະ ຄູ່ມື ຂອງຄະນະຄູຝຶກ ທີ່ມາຈາກມະຫາວິທະຍາໄລແຫ່ງຊາດ, ກົມຄຸ້ມຄອງວິທະຍາສາດ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດດຕະກຳ ແລະ ຫ້ອງການສະພາວິທະຍາສາດແຫ່ງຊາດ ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ແກ້ວອຸທອນ ລຸນແສງຈັນ ເຊິ່ງດຳເນີນໃນວັນທີ່ 15-16 ມັງກອນ 2026, ຜົນໄດ້ຮັບຂອງກອງປະຊຸມ ແມ່ນເຫັນດີເປັນເອກະພາບຮັບຮອງເອົາບົດສອນຈຳນວນ 04 ບົດ ຈາກຄະນະຄູອາຈານຈາກ 04 ພາກສ່ວນ ປະກອບມີຫົວຂໍ້: ຄວາມຮູ້ດ້ານວິທະຍາສາດ ສອນໂດຍ ອາຈານ ໄພວິລັກ ວິໄລທອງ ຄູສອນຈາກ ກົມຄຸ້ມຄອງວິທະຍາສາດ; ຄວາມຮູ້ດ້ານວິທະຍາສາດດາລາສາດ ສອນໂດຍ ອາຈານ ສົມສັກ ອາລຸນສະຫວັດ; ຄວາມຮູ້ວິທີຄິດແບບວິທະຍາສາດ ສອນໂດຍ ອາຈານ ພຸດທະສອນ ສິນທະວົງ ແລະ ຄວາມຮູ້ດ້ານການຄົ້ນຄວ້າວິທະຍາສາດ ສອນໂດຍ ອາຈານ ດວງສອນ ເພີ່ມເຮືອງໄຊ ຄູສອນຈາກມະຫາວິທະຍາໄລແຫ່ງຊາດ;
ກິດຈະກຳທີ່ສອງ: ກອງປະຊຸມຝຶກອົບຮົມສ້າງຈິດສຳນຶກດ້ານຄວາມຮູ້ວິທະຍາສາດ, ຄວາມຮູ້ດ້ານວິທະຍາສາດດາລາສາດ, ຄວາມຮູ້ວິທີຄິດແບບວິທະຍາສາດ ແລະ ຄວາມຮູ້ດ້ານວິທະຍາສາດດາລາສາດ ໃຫ້ກຽດເປັນປະທານ ແລະ ທັງເປັນຄູຝຶກ ໂດຍ ທ່ານ ນາງພຸດທະສອນ ສິນທະວົງ ຫົວຫນ້າພະແນກສົ່ງເສີມການຄົ້ນຄວ້າ, ຫ້ອງການສະພາວິທະຍາສາດແຫ່ງຊາດ ເຊິ່ງໄດຈັດຂື້ນໃນລະຫວ່າງວັນທີ່ 19-23 ມັງກອນ 2026 ຢູ່ທີ່ຫ້ອງການສະພາວິທະຍາສາດແຫ່ງຊາດ ນະຄອນຫຼວງວຽງຈັນ ລວມຜູ້ເຂົ້າຮ່ວມທັງມົດ 35ທ່ານ; ກິດຈະກຳແມ່ນຖ່າຍທອດຄວາມຮູ້ທາງດ້ານທິດສະດີກ່ຽວກັບຄວາມຮູ້ວິທະຍາສາດ, ຄວາມຮູ້ດ້ານວິທະຍາສາດດາລາສາດ, ຄວາມຮູ້ວິທິຄິດແບບວິທະຍາສາດ ແລະ ຄວາມຮູ້ພື້ນຖານດ້ານການຄົ້ນຄວ້າວິທະຍາສາດ ແລະ ພ້ອມທັງຈັດແບ່ງກຸ່ມຄົ້ນຄວ້າເຮັດບົດຝຶກໃນຫົວຂໍ້ທີ່ຄະນະຄູຝຶກໄດ້ກຳນົດໃຫ້ ແລ້ວນຳສະເໜີລາຍງານຜົນການທົບທວນຝຶກຫັດ ເປັນ 3 ກຸ່ມ ຄື:
ກຸ່ມ1 ຄະນະຄູ-ນັກຮຽນຈາກໂຮງຮຽນມັດທະຍົມສົມບູນວຽງຈັນ ທົບທວນໃນຫົວຂໍ້ວິທະຍາສາດແມ່ນຫຍັງ ແລະ ປະກົດການທາງດາລາສາດມີແນວໃດແດ່?
ກຸ່ມ 2: ຄະນະຄູ-ນັກຮຽນ ຈາກໂຮງຮຽນມັດທະຍົມສິນໄຊ ທົບທວນໃນຫົວຂໍ້ ວິທະຍາສາດມີປະໂຫຍດແນວໃດ ແລະ ລະບົບດາວເຄາະມີຄືແນວໃດແດ່?
ກຸ່ມ 3: ຄະນະອາຈານ-ນັກຮຽນ ຈາກໂຮງຮຽນສາມັນພອນສະຫວັນແຫ່ງຊາດ ທົບທວນໃນຫົວຂໍ້ຈະນໍາໃຊ້ວິທະຍາສາດແນວໃດ ແລະ ການເຄື່ອນໄຫວຂອງໜ່ວຍໂລກ ແລະ ດວງຈັນ ເປັນຄືແນວໃດແດ່?
ພ້ອມກັນນີ້ ຍັງໄດ້ມີການເຮັດທົດສອບທາງດ້ານຄວາມຮູ້ດ້ານການຄົ້ນຄວ້າວິທະຍາສາດ ແລະ ແບບຄິດວິທະຍາສາດ ຄູຝຶກໄດ້ເຮັດຄຳຖາມແຈກຍາຍເພື່ອໃຫ້ຜູ້ເຂົ້າຝຶກໄດ້ຕອບຕາມຄວາມເຂົ້າໃຈຂອງຕົນ; ເຊິ່ງບັນຍາກາດໃນການຮຽນ-ການສອນ ແມ່ນມີລັກສະນະແບບມີສ່ວນຮ່ວມ ແລະ ມີການແລກປ່ຽນສົນທະນາ ຖາມຕອບ ແບບກົງໄປກົງມາລະຫວ່າ ຄູຝຶກ ແລະ ຜູ້ເຂົ້າຮັບການຝຶກອົບຮົມ.
ກິດຈະກຳທີ່ສາມ: ກອງປະຊຸມປະຕິບັດວຽກຕົວຈິງຢູ່ພາກສະໜາມ ທີ່ສວນວິທະຍາສາດ ແລະ ພຶກສາສາດ ຫ້ວຍໂຄ້ງເມືອງແກ້ວອຸດົມ ແຂວງວຽງຈັນ ໃນລະຫວ່າງວັນທີ່ 24-26 ມັງກອນ 2026 ໃຫ້ກຽດເປັນປະທານດຳເນີນກອງປະຊຸມໂດຍ ທ່ານ ນາງ ພຸດທະສອນ ສິນທະວົງ ຫົວໜ້າພະແນກສົ່ງເສີມການຄົ້ນຄວ້າ, ຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມຄະນະທີມງານຈາກຫ້ອງການສະພາວິທະຍາສາດແຫ່ງຊາດ, ຄະນະຜູ້ເຂົ້າຮັບການຝຶກອົບຮົມ ແລະ ຄູຝຶກ ລວມທັງໝົດຈຳນວນ 39 ທ່ານ; ເຊິ່ງໃນກອງປະຊຸມພາກປະຕິບັດແມ່ນໄດ້ ຈັດແບ່ງທີມການສຶກສາຄົ້ນຄວ້າ ເປັນ ສາມກຸ່ມ ເພື່ອດຳເນີນເຮັດການຄົ້ນຄວ້າໃນຫົວຂໍ້ທີ່ທາງຄະນະຄູຝຶກໄດ້ກຳນົດໃຫ້ ປະກອບມີ ດັ່ງນີ້:
ກຸ່ມ1: ຄະນະຄູ-ນັກຮຽນຈາກໂຮງຮຽນມັດທະຍົມສົມບູນວຽງຈັນ ຈຳນວນ 7 ທ່ານ ດຳເນີນການສຶກສາໃນຫົວຂໍ້ປະ ຫວັດຄວາມເປັນມາຂອງສວນວິທະຍາສາດ ແລະ ພຶກສາສາດ ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ;
ກຸ່ມ 2: ຄະນະຄູ-ນັກຮຽນ ຈາກໂຮງຮຽນມັດທະຍົມສິນໄຊ ຄະນະຄູ-ນັກຮຽນຈາກໂຮງຮຽນມັດທະຍົມສິນໄຊ ຈຳນວນ 7 ທ່ານ ດຳເນີນການສຶກສາໃນຫົວຂໍ້ການຄຸ້ມຄອງວຽກງານທ້ອງຟ້າຈຳລອງ ແລະ ກ້ອງສ່ອງດາວຂອງສວນວິທະຍາສາດ ແລະ ພຶກສາສາດ ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ;
ກຸ່ມ 3: ຄະນະອາຈານ-ນັກຮຽນ ຈາກໂຮງຮຽນສາມັນພອນສະຫວັນແຫ່ງຊາດ ຈຳນວນ 7 ທ່ານ ດຳເນີນການສຶກສາໃນຫົວຂໍ້ກຜົນປະໂຫຍດທີ່ໄດ້ຮັບຂອງບ້ານໄກ້ຄຽງ (ບ້ານຫ້ວຍໂຄ້ງ) ຈາກການພັດທະນາສວນວິທະຍາສາດ ແລະ ພຶກສາສາດ ຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ;
ກິດຈະກຳທີສີ່: ກອງປະຊຸມຖ່າຍທອຍບົດລາຍງານຜົນການສຶກສາຂອງຄະນະຄູ ແລະ ນັກຮຽນ ທັງສາມໂຮງຮຽນ ໃນລະຫວ່າງວັນທີ 27-28 ມັງກອນ 2026 ຢູ່ທີ່ສວນວິທະຍາສາດ ແລະ ພຶກສາສາດ ຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ສຸວັນ ການສິນໄຊ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມຄະນະທີມງານຈາກຫ້ອງການສະພາວິທະຍາສາດແຫ່ງຊາດ, ຄະນະຜູ້ເຂົ້າຮັບການຝຶກອົບຮົມ ແລະ ຄູຝຶກ ລວມທັງໝົດຈຳນວນ 39 ທ່ານ; ຜົນໄດ້ຮັບກອງປະຊຸມແມ່ນຄະນະອາຈານ-ນັກຮຽນ ໄດ້ຂື້ນນໍາສະເໜີລາຍງານຜົນການສຶກສາຂອງແຕ່ລະກຸ່ມ ແລະ ປະທານໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຄູຝຶກ, ຄະນະຄູ-ນັກຮຽນ ທີ່ເຂົ້າຮັບການຝຶກອົບຮົມ ແລະ ຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ ແລະ ສະແດງຄວາມຂອບໃຈທາງຄະນະຮັບຜິດຊອບສວນວິທະຍາສາດ ແລະ ພຶກສາສາດ ພ້ອມທັງ ຄະນະບ້ານ, ແນວໂຮມບ້ານ ຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຊ່ວຍເຫລືອປະກອບຂໍ້ມູນການສຳພາດຂອງກຸ່ມ ຄະນະຄູ-ນັກຮຽນ ຈົນບັນລຸຜົນສຳເລັດໄດ້ຕາມຈຸດປະສົງ; ພ້ອມດຽວກັນນີ້ ປະທານກໍ່ໄດ້ມອບໃບຢັ້ງຢືນ ແລະ ຂອງທີ່ລະນຶກໃຫ້ ຄະນະຄູ-ນັກຮຽນ ມັດທະຍົມສົມບູນທັງສາມໂຮງຮຽນ.
ກິດຈະກຳທີຫ້າ: ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຊຸດຝຶກອົບຮົມດ້ານການຄົ້ນຄວ້າວິທະຍາສາດໃຫ້ຄູ ແລະ ນັກຮຽນ ໂດຍໃຫ້ກຽດເປັນປະທານ ໂດຍ ທ່ານ ສຸດທິພົງ ວົງໄຊຍາ ຮອງຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ພ້ອມດ້ວຍທີມງານວິຊາການ ຄະນະຮັບຜິດຊອບທັງໝົດ ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ, ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດກິດຈະກໍາທັງໝົດຂອງການສ້າງຈິດສຳນຶກດ້ານການຄົ້ນຄວ້າວິທະຍາສາດ ເຊິ່ງປະທານໄດ້ຕີລາຄາສູງກ່ຽວກັບຜົນສຳເລັດໃນການຈັດກອງປະຊຸມຄັ້ງນີ້ ແມ່ນສາມາດບັນລຸໄດ້ຕາມເປົ້າໝາຍ ແລະ ກຳນົດເວລາຕາມແຜນການເຄື່ອນໄຫວ ໂດຍສະເພາະແມ່ນໄດ້ບັນລຸເປົ້າມາຍຂອງໂຄງການສ້າງຈິດສຳນຶກໃຫ້ພະນັກງານຄູ ແລະ ນັກຮຽນ ໜຸ່ມນ້ອຍ ເຊິ່ງເປັນຫນໍ່ແໜງຂອງການພັດທະນາ ແລະ ບັນລຸໄດ້ການກໍ່ສ້າງພັດທະນາຊັບພະຍາກອນມະນຸດດ້ານການຄົ້ນຄວ້າວິທະຍາສາດ ໃນໄວນຸ່ມ ໄດ້ຢ່າງເປັນຮູບປະທຳ. ຜົນສຳເລັດທີ່ໄດ້ ແມ່ນຍ້ອນໄດ້ຮັບການສະຫນັບສະໜູນ ຈາກຄະນະພັກ ກະຊວງສຶກສາທິການ ແລະ ກິລາ ກໍ່ຄື ຄະນະພັກຫ້ອງການສະພາວິທະຍາສາດສາດແຫ່ງຊາດ ແລະ ຄະນະທີມງານວິຊາການທຸກພາກສ່ວນ ທີ່ໄດ້ຮ່ວມສາມັກຄີກັນ ຈັດຕັ້ງປະຕິບັດວຽກງານຊຸດຝຶກອົບຮົມໃນຄັ້ງນີ້ຈົນມີຜົນສຳເລັດ ດ້ວຍຄວາມຮັບຜິດຊອບສູງ.
![]() |
|
|
|
|
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
|

















