
ໃນວັນທີ 5 ທັນວາ 2025, ເວລາ 10:00 ໂມງ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປະກາດການແຕ່ງຕັ້ງ ພະນັກງານດຳລົງຕຳແໜ່ງບໍລິຫານປະເພດ 3 ຂອງຫ້ອງການສະພາວິທະຍາສາດແຫ່ງຊາດ ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຂື້ນ ຢູ່ທີ່ ຫ້ອງປະຊຸມຫ້ອງການສະພາວິທະຍາສາດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ຂອງທ່ານ ຮສ ປອ. ສິນທະວອນ ດາລາວົງ, ກຳມະການປະຈຳພັກ, ປະທານກວດກາພັກ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ສສກ ມີ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ (ສວນ), ວ່າການແທນຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ຄະນະຫ້ອງການ (ຫສວຊ), ຄະນະອຳນວຍການ (ສວນ), ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມຄຸ້ມຄອງວິທະຍາສາດ ພ້ອມດ້ວຍພະນັກງານທັງສອງພາກສ່ວນເຂົ້າຮ່ວມ.
![]() |
![]() |
![]() |
ພິທີໄດ້ປະກາດແຕ່ງຕັ້ງ ພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 3 ຄືື:
- ທ່ານ ສຸວັນ ການສິນໄຊ ເປັນ ຮອງຫົວໜ້າ ຫ້ອງການສະພາວິທະຍາສາດແຫ່ງຊາດ, ສສກ;
- ທ່ານ ອະນຸສິນ ແສງສຸລິນ ເປັນ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ສສກ.
ພິທີດັ່ງກ່າວໄດ້ປິດລົງໃນ ເວລາ 12:00 ໂມງ ຂອງວັນດຽວກັນ.
![]() |
![]() |
![]() |
![]() |
![]() |
![]() |








