“ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ຂະ ແໜງການປີ່ນອ້ອມ, ສສກ”

2

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ຂະ    ແໜງການປີ່ນອ້ອມ, ສສກ

ໃນລະຫວ່າງວັນທີ 09-10 ມັງກອນ 2026, ຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ຂະແໜງການປີ່ນອ້ອມ  ຢູ່ທີ່ ຫ້ອງປະຊຸມໂຮງແຮມວິໄລວົງ, ເມືອງວັງວຽງ, ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ວ່າການແທນຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ມີນັກສຳມະນາກອນ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຈາກຫ້ອງການກະຊວງ, ຫ້ອງການສະພາວິທະຍາສາດແຫ່ງຊາດ, ກົມຈັດຕັ້ງພະນັກງານ, ກົມການສຶກສາຊັ້ນສູງ, ກົມກວດກາ ແລະ ສະຖາບັນພັດທະນາຜູ້ບໍລິຫານການສຶກສາ, ສສກ ເຂົ້າຮ່ວມທັງໝົດຈໍານວນ 28 ທ່ານ.

ຈຸດປະສົງກອງປະຊຸມເພື່ອສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານໃນການຄຸ້ມຄອງ ແລະ ສົ່ງເສີມວຽກງານວິທະຍາສາດໃຫ້ມີປະສິດທິພາບສູງຂຶ້ນ.  ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້ມີຫົວຂໍ້ສຳມະນາ 04 ຫົວຂໍ້ ຄື: ຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ປັນຍາປະດິດ (AI), ພາວະຄວາມເປັນຜູ້ນໍາ, ວຽກງານການເງິນ ແລະ ວຽກງານຈັດຕັ້ງ, ເຊິ່ງໄດ້ເຊື້ອເຊີນວິທະຍາກອນຈາກຫ້ອງການກະຊວງ, ກົມຈັດຕັ້ງພະນັກງານ, ວິທະຍາໄລເຕັກນິກສັບພະວິຊາ (ກົມອາຊີວະສຶກສາ), ສະຖາບັນພັດທະນາຜູ້ບໍລິຫານການສຶກສາ.

ໂອກາດນີ້ ທ່ານ ແກ້ວອຸທອນ ລຸນແສງຈັນ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມວ່າ: ເພື່ອຈັດຕັ້ງຜັນຂະຫຍາຍພາລະບົດບາດໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນດີນັ້ນ ການສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມອາດສາມາດໃຫ້ແກ່ພະນັກງານ ນັ້ນຖືເປັນວຽກງານໜື່ງທີສຳຄັນ ເຊິ່ງມັນເປັນການເພີ່ມທັກສະ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນການເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄຸ້ມຄອງ ແລະ ສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດ. ສະນັ້ນ, ຈຶ່ງໄດ້ຈັດຊຸດຝຶກອົບຮົມນີ້ຂື້ນ. ທັງນີ້ທັງນັ້ນທ່ານຍັງຮຽກຮອງໃຫ້ນັກສຳມະນາກອນທຸກທ່ານຈົ່ງເອົາໃຈໃສ່ຮັບຟັງ, ສົນທະນາແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນໃຫ້ຫຼາກຫຼາຍກັບນັກວິທະຍາກອນ ເພື່ອນຳເອົາບົດຮຽນເຫຼົ່ານັ້ນມາໝູນໃຊ້ເຂົ້້າໃນວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ພາຍຫຼັງທີ່ໄດ້ຮັບຟັງການນຳສະເໜີຈາກນັກວິທະຍາກອນແລ້ວກອງປະຊຸມຍັງມີການຈັດກິດຈະກຳທົດສອບຄວາມເປັນຜູ້ນໍາ ແລະ ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນອິກດ້ວຍ.

ຂ່າວ ແລະ ຮູບພາບ: ພະແນກປະສານງານວິທະຍາສາດ, ຫສວຊ

 

1 5 6 12
7 9 13 14
15 16 17 18
19 20 21 22
23 27 25 32
26 31 33 34
35 36 40 38
41 39